ທຳຄວາມຮູ້ຈັກພວກເຮົາ ແລະ ສາມາດພົວພັນກັບສາຂາທີ່ໃກ້ບ້ານທ່ານ
ສູນການສຶກສາ Xpert Academy ໄດ້ກໍ່ຕັ້ງຂຶ້ນໃນວັນທີ 31 ຕຸລາ 2022. ນັບແຕ່ວັນກໍ່ຕັ້ງຈົນເຖິງປະຈຸບັນ ສູນໄດ້ສົ່ງນັກຮຽນໄປສຶກສາຕໍ່ຢູ່ສາທາລະນະລັດປະຊາຊົນຈີນ ຫຼາຍກວ່າ 500 ຄົນ ເຊິ່ງສະທ້ອນໃຫ້ເຫັນເຖິງຄວາມເຊື່ອຖື ແລະ ຄວາມໄວ້ວາງໃຈຈາກນັກຮຽນ ແລະ ຜູ້ປົກຄອງ. ສູນຂອງພວກເຮົາມີຄູຝຶກອົບຮົມມືອາຊີບຫຼາຍກວ່າ 20 ຄົນ ທີ່ມີປະສົບການດ້ານການສອນມາຫຼາຍປີ ແລະ ໃຊ້ລະບົບການສອນແບບ Outcome-Based Education (OBE) (ການສອນແບບເນັ້ນຜົນລັບ) ເພື່ອພັດທະນາຄວາມຮູ້ ແລະ ທັກສະຂອງນັກຮຽນຢ່າງເປັນລະບົບ. ໃນແຕ່ລະປີ ສູນສາມາດຝຶກອົບຮົມນັກຮຽນເພື່ອເຂົ້າຮ່ວມການສອບເສັງ HSK ແລະ ມີນັກຮຽນສາມາດສອບເສັງຜ່ານລະດັບ HSK 4 ຫຼາຍກວ່າ 100 ຄົນຕໍ່ປີ. ປະຈຸບັນ ສູນການສຶກສາ Xpert Academy ມີສໍານັກງານໃຫຍ່ 1 ແຫ່ງ ແລະ ມີສາຂາອີກ 2 ແຫ່ງ ໃນສາທາລະນະລັດປະຊາຊົນລາວ ຄື: ສໍານັກງານໃຫຍ່ນະຄອນຫຼວງວຽງຈັນ, ສາຂາແຂວງຊຽງຂວາງ ແລະ ສາຂາແຂວງໄຊຍະບູລີ.
ສູນ Xpert ຂອງພວກເຮົາມີ 3 ສາຂາໃຫ້ບໍລິການ ເຊີງສາມາດເຂົ້າໄປຕິດຕໍ່ສອບຖາມຂໍ້ມູນໄດ້ໃນສາຂາທີ່ຢູ່ໃກ້ບ້ານທ່ານ ຫຼື ຕິດຕໍ່ພົວພັນຂໍ້ມູນເພີມຕື່ມໄດ້ຕາມຊ່ອງທາງຕິດຕໍ່ຜ່ານເບີໂທ, Whatapp ແລະ ອີເມວໄດ້ໂດຍກົງ